ວຽກປະຈຳແບບເຕັມເວລາ ອາດບໍ່ແມ່ນຄຳຕອບຂອງການເຮັດວຽກໃນຍຸກນີ້ອີກຕໍ່ໄປ ເມື່ອຫຼາຍອົງກອນບໍ່ໄດ້ມອງການຈ້າງງານແບບລະຍະຍາວ ຫຼື ການຈ້າງປະຈຳເທົ່ານັ້ນ ແຕ່ຫັນມາໃຫ້ຄວາມສຳຄັນກັບຄວາມຄ່ອງຕົວ ປະສິດທິພາບ ແລະ ຜົນລັບຂອງວຽກຫຼາຍກວ່າໂຄງສ້າງການເຮັດວຽກແບບເກົ່າ ສົ່ງຜົນໃຫ້ຕະຫຼາດແຮງງານມີຄວາມຍືດຫຍຸ່ນຫຼາຍຂຶ້ນ ເຊັ່ນ ວຽກພາດໄທມ໌ ຫຼື ວຽກສັນຍາຈ້າງ
3 ຈຸດປ່ຽນສຳຄັນໃນຕະຫຼາດແຮງງານໄທ
ຂໍ້ມູນຈາກ Jobsdb by SEEK ແພລດຟອມຫາງານອອນລາຍຊັ້ນນຳໃນປະເທດໄທ ສະທ້ອນໃຫ້ເຫັນວ່າ ນາຍຈ້າງໄທກຳລັງປັບຮູບແບບການເຮັດວຽກ ແລະ ໂຄງສ້າງອົງກອນ ເພື່ອຮັບມືກັບຄວາມບໍ່ແນ່ນອນທາງເສດຖະກິດ ໂດຍໃຫ້ຄວາມສຳຄັນກັບຄວາມຍືດຫຍຸ່ນ ຄ່າຕອບແທນທີ່ເໝາະສົມ ແລະ ປະສິດທິພາບຂອງງານ
ລາຍງານ Hiring, Compensation & Benefits (HCB) Report 2025 ລະບຸວ່າ ຕະຫຼາດແຮງງານໄທກຳລັງເຜີຍເຜີນການປ່ຽນແປງສຳຄັນ 3 ປະເດັນ ໄດ້ແກ່
- ຮູບແບບການຈ້າງງານທີ່ຍືດຫຍຸ່ນຂຶ້ນ
- ການພັດທະນາສະຫວັດດິການເພື່ອຍົກລະດັບຄຸນນະພາບຊີວິດ
- ທັກສະດ້ານ AI ທີ່ກຳລັງກາຍເປັນທັກສະພື້ນຖານ
ຂໍ້ມູນເຫຼົ່ານີ້ມາຈາກການສຳຫຼວດນາຍຈ້າງ 702 ອົງກອນທົ່ວປະເທດ ເພື່ອໃຫ້ພາກທຸລະກິດເຫັນທິດທາງຕະຫຼາດແຮງງານຢ່າງຊັດເຈນ
ສັນຍານເລີ່ມຊັດຕັ້ງແຕ່ປີ 2024
ຫຼາຍອົງກອນເລີ່ມປັບໂຄງສ້າງພາຍໃນ ເນັ້ນການຄວບຄຸມຕົ້ນທຶນ ແລະ ນຳ AI ມາຊ່ວຍປັບປຸງຂັ້ນຕອນການເຮັດວຽກ ເຮັດໃຫ້ວຽກກະຊັບ ແລະ ມີປະສິດທິພາບສູງຂຶ້ນ
ພະນັກງານປະຈຳໃນສາຍງານ ບັນຊີ HR ການຕະຫຼາດ ບໍລິການລູກຄ້າ ແລະ ການຜະລິດ ໄດ້ຮັບຜົນກະທົບພອສົມຄວນ ໃນຂະນະທີ່ອົງກອນຫັນໄປໃຊ້ພາດໄທມ໌ ແລະ ສັນຍາຈ້າງເພີ່ມຂຶ້ນ
ອົງກອນຂະໜາດໃຫຍ່ເພີ່ມການຈ້າງພາດໄທມ໌ຈາກ 20% ເປັນ 42% ແລະ ວຽກສັນຍາຈ້າງຈາກ 19% ເປັນ 28%
ແມ່ນແຕ່ຢ່າງນັ້ນ ອັດຕາວ່າງງານຂອງໄທຍັງຕ່ຳພຽງ 1% ແລະ ວຽກທີ່ຍັງຕ້ອງການສູງ ເຊັ່ນ ວຽກບໍລິຫານ HR ບັນຊີ ແລະ B2B Sales

ອົງກອນໃຫ້ຄວາມສຳຄັນກັບສະຫວັດດິການຫຼາຍຂຶ້ນ
ປັດຈຸບັນ ອົງກອນໃຫ້ຄວາມສຳຄັນກັບ Employee Value Proposition (EVP) ບໍ່ແມ່ນພຽງແຕ່ເງິນເດືອນ ແຕ່ຮວມເຖິງສຸຂະພາບກາຍ ໃຈ ແລະ ຄອບຄົວ
ຕົວຢ່າງເຊັ່ນ ວັນລາຄອດລູກ 120 ວັນ ແລະ ພໍ່ໄດ້ລາ 15 ວັນແບບໄດ້ຮັບຄ່າຈ້າງ ພ້ອມທັງຫ້ອງໃຫ້ນົມ ແລະ ທຶນການສຶກສາ ເພື່ອສົ່ງເສີມຄຸນນະພາບຊີວິດ ແລະ ຮັກສາພະນັກງານໃຫ້ຢູ່ຍາວ
85% ຂອງອົງກອນປັບຂຶ້ນເງິນເດືອນ ແລະ 84% ໃຫ້ໂບນັດສະເລ່ຍ 2 ເດືອນ

AI ກາຍເປັນທັກສະຈຳເປັນ
ທັກສະ AI ກຳລັງກາຍເປັນເງື່ອນໄຂສຳຄັນໃນການຮັບຄົນເຂົ້າວຽກ
65% ຂອງອົງກອນພິຈາລະນາທັກສະ AI ໃນການສຳພາດ
34% ເລີ່ມໃຊ້ AI ໃນການຂຽນປະກາດຮັບສະໝັກ ແລະ ຄັດກອງໃບສະໝັກ
AI ຈຶ່ງບໍ່ແມ່ນສະເພາະສາຍເທັກໂນໂລຊີ ແຕ່ເປັນທັກສະພື້ນຖານສຳລັບທຸກອຸດສາຫະກຳ
ສະຫຼຸບ
ບໍລິສັດໃນປະເທດໄທກຳລັງເລັ່ງປັບຕົວ ຜ່ານການຈ້າງງານທີ່ຍືດຫຍຸ່ນ ສະຫວັດດິການທີ່ຄົບດ້ານ ແລະ ການນຳ AI ມາໃຊ້
ການກຽມພ້ອມຕໍ່ແນວໂນ້ມເຫຼົ່ານີ້ ບໍ່ແມ່ນທາງເລືອກອີກຕໍ່ໄປ ແຕ່ເປັນກຸດລະຍຸດສຳຄັນ ສຳລັບອົງກອນທີ່ຕ້ອງການຄວາມແຂງແຮງ ແລະ ການແຂ່ງຂັນໃນລະຍະຍາວ



